SWU Home
Faculty of Physical Education
 

Faculty of Physical Education

URL: http://pe.swu.ac.th
E-mail: [email protected]
Phone: (662) 204-2592, 258-4117
Fax (662) 259-0846, 258-4117

ຄະນະວິຊາພະລະສຶກສາແມ່ນເປັນຫລັກສູດທີ່ເກົ່າແກ່ໃນປະເທດໄທ ແລະໄດ້ມີຜົນສຳເລັດໃນການຝຶກແອບນັກກິລາໂອລິມປິກມາຫລາຍແລ້ວ. ເຖີງແມ່ນວ່າຄະນະວິຊາພະລະສຶກສາມີຄວາມພູມໃຈໂດຍກົງຕໍ່ກັບນັກສຶກສາຜູ້ຊຶ່ງເປັນຕົວແທນໃຫ້ແກ່ປະເທດຊາດໃນເວທີສາກົນ, ມັນກໍມີບົດບາດອັນກວ້າງຂວາງຢ່າງດີທີ່ສຸດເຮັດໃຫ້ສັງຄົມໄດ້ຮັບຜົນປະໂຫຍດ.

ຄະນະວິຊາພະລະສຶກສາຍັງບໍ່ພໍແຕ່ພັດທະນານັກສຶກສາໃຫ້ມີຄວາມສາມາດໃນການຫລິ້ນກິລາເທົ່ານັ້ນ, ແຕ່ຍັງສ້າງໃຫ້ເຂົາເຈົ້າມີຄວາມສາ ມາດດຳເນີນການຈັດການກິລາຕ່າງໆນຳອີກ, ສ່ວນຫລາຍແລ້ວເຂົາເຈົ້າຍັງມີຄວາມສາມາດສອນຫລັກສູດພະລະສຶກສາຢ່າງດີທີ່ສຸດອີກດ້ວຍ. ໂດຍຄວາມຮຽກຮ້ອງຄວາມຮູ້ວິຊາວິທະຍາສາດການກິລາ ແລະການສຶກສາເພື່ອສຸຂະພາບຢູ່ໃນໂຮງຮຽນແລະຊຸມຊົນໃນປະເທດໄທແລ້ວພວກນັກຮຽນຮູ້ຍັງສະນັບສະນູນໃຫ້ແກ່ ການພັດທະນາໂຄງການຫລັກສູດພະລະສຶກສານີ້ເຂົ້າໄປຮັບໃຊ້ໃນຊີວິດປະຈຳວັນ.

ຄະນະວິຊາພະລະສຶກສາມີສີ່ພະແນກຄື: ພະລະສຶກສາ, ການຫລີ້ນຜ່ອນຄາຍ, ສຸຂະພາບສຶກສາ, ແລະວິທະຍາສາດດ້ານການກິລາ. ຄະນະວິຊາພະລະສຶກສາຍັງດຳເນີນໂຄງການຫລັກສູດໃບຢັ້ງຢືນຄູຝຶກດ້ານການກິລາໃນລະດັບນາໆຊາດ (ICSC) ໂດຍການຮ່ວມມືກັບຄະນະກຳມະການໂອລິມປິກແຫ່ງຊາດ, ສຳນັກງານການກິລາແຫ່ງປະເທດໄທ ແລະສະຖານັນການກິລາແຫ່ງສະຫະລັດອາເມລິກາ (USSA).

ຫລັກສູດ:

ປະລິນຍາຕີດ້ານສິລະປະສາດ (B.A) ຜູ້ນຳການຫລີ້ນຜ່ອນຄາຍ

ປະລິນຍາຕີດ້ານວິທະຍາສາດ (B.Sc.) ສຸຂະພາບສາທາລະນະ, ການຫັດກາຍ ແລະວິທະຍາສາດການກິລາ

ປະລິນຍາໂທດ້ານການສຶກສາ ແລະປະລິນຍາເອກດ້ານການສຶກສາ (M.Ed., Ph.D), ການຮຽນການຈັດການດ້ານການສຶກສາເພື່ອສຸຂະພາບ, ການຮຽນການຈັດການດ້ານພະລະສຶກສາ, ການບໍລິຫານພະລະສຶກສາ

ປະລິນຍາໂທດ້ານວິທະຍາສາດ ແລະປະລິນຍາເອກດ້ານປັດຊະຍາ (M.Sc., Ph.D.) ການຫັດກາຍ ແລະຈິດຕະສາດດ້ານກິລາ, ການຫັດກາຍ ແລະກິລາພະລະສຶກສາ, ວິທະຍາສາດການເປັນຄູຝຶກກິລາ, ວິທະຍາສາດການຫັດກາຍ, ເທັກໂນໂລຢີດ້ນການກິລາ, ກິດຈະກຳພະລະສຶກສາ ແລະການສົ່ງເສີມສຸຂະພາບ, ການຈັດການການສົ່ງເສີມສຸຂະພາບ

ປະລິນຍາໂທດ້ານສິນລະປະ ແລະປະລິນຍາເອກດ້ານປັດຊະຍາ (M.A., Ph.D.) ການຈັດການກິລາ, ການສື່ສານກິລາ, ການຈັດການເວລາພັກຜ່ອນ, ການທ່ອງທ່ຽວທາງດ້ານເສດຖະກິດ ແລະການຫລິ້ນຜ່ອນຄາຍ

Faculty of Physical Education
Back