SWU Home
SWU Introduction
 

ປັດຊະຍາ
“ ການສຶກສາແມ່ນຈະເລີນເຕີບໂຕ ” ຊຶ່ງເປັນການທຽບກັບຄຳບາລີທີ່ວ່າ “ ສິກຂາ ວິຣຸນ ສຳ ປະທາ ”

ການຈະເລີນເຕີບໂຕທີ່ພວກເຮົານັບຖືມີ ຫ້າຂໍ້ຄື:

  1. ການຈະເລີນເຕີບໂຕຂອງຄວາມຊື່ສັດ: ຄວາມເຊື່ອໝັ້ນໃນຊີວິດ, ພາລະບົດບາດແລະໜ້າທີ່ຂອງຕົນເອງ.
  2. ການຈະເລີນເຕີບໂຕໃນຄວາມເຊື່ອສິ່ງສັກສິດ: ຫຼັກຈາຣິຍະທຳ, ຄວາມດີ.
  3. ການຈະເລີນເຕີບໂຕໃນຄວາມມີຈັນຍາບັນ: ການຄົ້ນຄິດ ແລະສຶບຕໍ່ການຮຽນ
  4. ການຈະເລີນເຕີບໂຕໃນຄວາມວາງເສີຍ: ຄວາມມີຈິດໃຈກວ້າງຂວາງ ແລະອ່ອນນ້ອມຖ່ອມຕົນ.
  5. ການຈະເລີນເຕີບໂຕໃນທາງປັນຍາ: ການມີຊີວິດຊີວາ, ການຄົ້ນຄິດ, ແລະການເຮັດດ້ວຍສະຕິປັນຍາ

ຄຸນຄ່າ
ຊີວິດການສຶກສາຂອງນັກສຶກສາແມ່ນຄືກັນກັບນັກປຣາດຜູ້ທີ່ປະຕິບັດຕາມທຳມະ ແລະກໍຄືກັບເປັນຜູ້ນຳທີ່ພຽບພ້ອມໄປດ້ວຍຄຸນຄ່າ ແລະສະຕິ ປັນຍາ

ວິໄສທັດ
ມະຫາວິທະຍາໄລສຣີນະຄະຣິນວິໂຣດເປັນນຶ່ງທ່ີນຳໜ້າທາງດ້ານການຄົ້ນຄວ້າແລະຈັດຕັ້ງການສຶກສາຮ່ຳຮຽນພື້ນຖານຄຸນສົມບັດທີ່ມີສິລະທຳ ແລະ ມີການສຶກສາດ້ານນະວັດຕະກຳໃໝ່ ແລະການປະດິດສ້າງໄປສູ່ສາກົນ

ສຳນັກງານໃຫຍ່

  1. ເພື່ອໃຫ້ເກີດການພັດທະນາສ່ວນບຸກຄົນໃຫ້ມີຄຸນນະພາບແລະຄຸນສົມບັດທີ່ມີສິລະທຳໃຫ້ແກ່ສັງຄົມໂດຍຜ່ານຂະບວນການສຶກສາຮ່ຳຮຽນ ແລະສັງຄົມ.
  2. ເພື່ອສ້າງສັນຄຸນນະພາບໃນການຄົ້ນຄວ້າປະດິດສ້າງນະວັດຕະກຳໃໝ່ທີ່ມີ່ຜົນປະໂຫຍດ ແລະຍືນຍົງໃຫ້ແກ່ສັງຄົມຂອງຊາດແລະສາກົນ.
  3. ເອື້ອອຳນວຍການບໍລິການດ້ວຍຄຸນນະພາບ,ດ້ວຍຄວາມຕັ້ງໜ້າແລະບໍລິສຸດຜຸດແກ່ສັງຄົມ.
  4. ເພື່ອສຶກສາຄົ້ນຄວ້າແລະສົ່ງເສີມທາງດ້ານສິລະປະ ແລະວັດທະນະທຳ.
  5. ເພື່ອພັດທະນາບັນດາລະບົບການບໍລິຫານດ້ວຍຄຸນນະພາບ ແລະການຄູ້ມຄອງທີ່ດີເດັ່ນ.

ເຄື່ອງໝາຍຂອງມະຫາວິທະຍາໄລ
University Emblem

ເຄື່ອງໝາຍມະຫາວິທະຍາໄລສຣີນະຄະຣິນວິໂຣດມີແຫຼ່ງທ່ີມາຈາກກຣາຟສະແດງເສັ້ນຄວາມສຳພັນ
ຂອງເລກສົມການທີ່ມີເສັ້ນກົ່ງ

( Y = ex  ).  ມັນເປັນສັນຍາລັກໝາຍເຖີງການຂະຫຍາຍຕົວແລະເຕີບໃຫຍ່ທີ່ໝັ້ນຄົງກັບປັດຊະຍາ ທີ່ວ່າ: “ການສຶກສາແມ່ນການຈະເລີນເຕີບໂຕທີ່ບໍ່ຢຸດຢັ້ງ ”( ສິກຂາ ວິຣຸດ ຫິສົມ ປະຕະຕາ)

ສີປະຈຳ ມສວ : ສີຂີ້ເຖົ່າ ແລະ ສີແດງ
Grey is the color of brain ສີຂີ້ເຖົ່າແມ່ນສີຂອງສະໝອງ ໝາຍເຖີງແນວຄວາມຄິດ ແລະຄວາມມີສະຕິປັນຍາ
Red is the color of blood ສີແດງແມ່ນສີຂອງເລືອດ ໝາຍເຖີງຄວາມກ້າຫານ

ຕົ້ນດອກຄູນເປັນຈົ້ນໄມ້ ທີ່ບົ່ງບອກເຖີງສັນຍາລັກຕົ້ນໄມ້ປະຈຳຂອງມະຫາວິທະຍາໄລສຣີນະຄະຣິນວິໂຣດ
The Ratchapreuk tree signifies the Srinakharinwirot University tree

ຕົ້ນດອກຄູນເປັນທີ່ຮູ້ຈັກກັນຄືບົວອາບນ້ຳສີຄຳ,  ຊຶ່ງຄົນອິນເດຍ  Laburnum,  Pudding - pine  Tree, Cassis fistula linn  

ຊຶ່ງຈັດຢູ່ໃນຕະກຸນພຶດພັນ.. ມັນຍັງໄດ້ຖືກເອີ້ນວ່າ ຄູນ, ຣາຊາພຶກ ຫລືວ່າ ລົມ

Back