SWU Home
Institute of Arts anc Culture Research
 

ໂດຍກຳເນີດແລ້ວ, ມສວ ໄດ້ມີພາລະໜ້າທີ່ໆສຳຄັນຍິ່ງເພື່ອປົກປັກຮັກສາໄວ້ສິລະປະ ແລະວັດທະນະທຳ ແລະມະຫາວິ ທະຍາໄລໄດ້ມີພາລະບົດບາດອັນສຳຄັນໃນການຄົ້ນຄວ້າ ແລະປົກປັກຮັກສາສິລະປະ ແລະວັດທະນະທຳໄທ. ສະຖາບັນຄົ້ນຄວ້າສິລະປະ ແລະວັດທະນະທຳ ໄດ້ຖຶກສ້າງຕັ້ງຂຶ້ນໃນປີ 2000 ໂດຍອີງຕາມການພັດທະນາເສດຖະກິດ ແລະການວາງແຜນສັງຄົມແຫ່ງຊາດຊຶ່ງມັນໄດ້ຮຽກຮ້ອງໃຫ້ມະຫາວິທະຍາໄລສຣີນະຄະຣິນວິໂຣດສ້າງສະຖາບັນເພື່ອໃຫ້ເປັນສູນກາງໃນການຄົ້ນຄວ້າແລກ ປ່ຽນທາງດ້ານສິລະປະ ແລະວັດທະນະທຳ.

ຄະນະວິຊາສິລະປະກຳສາດຂອງ ມສວ ກຳລັງໄດ້ພັດທະນາການສ້າງພື້ນຖານຫລາຍກ່ວາສາມທົດສະຫວັດ. ຄະນະວິຊາຕາມເຄີຍແລ້ວໄດ້ມີຫລັກສູດການສຶກສາດ້ານສິລະປະຊຶ່ງໂດຍລວມແລ້ວແມ່ນເພື່ອສົ່ງເສີມສິລະປະ ແລະວັດທະນະທຳ. ເຖີງແນວໃດກໍຕາມ, ຫລັງຈາກມີແປດວິທະຍາເຂດໃນທົ່ວປະເທດໄດ້ແຍກອອກຈາກວິທະຍາເຂດສ່ວນກາງທີ່ມະຫາວິທະຍາໄລສຣີນະຄະຣິນວິໂຣດແລ້ວ ໄດ້ມີຂອດຈຳກັດຢູ່ຫລາຍດ້ານໄດ້ເກີດຂຶ້ນຢ່າງເຕັມປ່ຽມໃນການເຮັດໜ້າທີ່ຂອງສະຖາບັນສິລະປະແລະວັດທະນະທຳ. ມສວ ໄດ້ພົບວ່າມັນບໍ່ສາມາດຄົ້ນຄວ້າເຮັດວຽກທາງດ້ານສິລະປະ ແລະວັດທະນະທຳໄດ້ຢ່າງມີປະສິດທິພາບໃນໄລຍະຍາວ. ຫລັງຈາກການແຍກວິທະຍາເຂດຕ່າງໆແລ້ວ ຄະນະວິຊາສິລະປະສາດສາມາດສັງເກດເຫັນໄດ້ຈຸດອ່ອນ ແລະຈຸດແຂງຂອງການສຶກສາ ແລະການຄົ້ນຄວ້າໃນຂອບເຂດຂອງສິລະປະ ແລະວັດທະນະທຳ ແລະດ້ວຍເຫດສະນີ້ສະຖາບັນຄົ້ນຄວ້າສິລະປະ ແລະວັດທະນະທຳໄດ້ຖືກສ້າງຕັ້ງຂຶ້ນ.

 Thai Dance research on Thai art and culture 

URL: http://iacr.swu.ac.th

Institute of Arts anc Culture Research
Back