SWU Home
FACILITIES AND SERVICES AVAILABLE ON AND NEAR CAMPUS
 
FACILITIES AND SERVICES AVAILABLE ON AND NEAR CAMPUS
ສິ່ງອຳນວຍຄວາມສະດວກ ແລະການບໍລິການໄດ້ເອື້ອອຳນວຍຢູ່ມະຫາວິທະຍາໄລ
  1. ຫ້ອງຄອມພິວເຕີໄດ້ປະກອບໃຫ້ມີຢູ່ແຕ່ລະຄະນະວິຊາແລະໄດ້ເປີດໃຫ້ມີຊົ່ວໂມງພິເສດໃນມື້ວັນເສົາແລະວັນອາທິດຢູ່ທີ່ສູນຄອມພິວເຕີ.
  2. ສິ່ງອຳນວຍຄວາມສະດວກດ້ານການສື່ສານໃຊ້ໃນການສຶກສາເພື່ອຄວາມບັນເທີງ(ປະກອບດ້ວຍວີດີໂອແລະຫ້ອງບັນອັດສຽງ) ທີ່ໄດ້ປະກອບໄວ້ໃຫ້ໃນອາຄານເລກທີ 14. ໃນອາຄານເລກທີ 14ຍັງໄດ້ເສີມໃຫ້ມີຮ້ານຂາຍເຂົ້າໜົມປັງ,ຕູ້ເອທີເອມ(ATM), ຮ້ານສະຫະກອນຂາຍອຸປະໂພກບໍລິໂພກ,ຫ້ອງໄປສະນີ,ສູນອາຫານແລະຮ້ານຂາຍເຄື່ອງອຸປະກອນການຮຽນການສອນກໍຄື ຫ້ອງກວດພະຍາດຜິວໜັງນຳອີກດ້ວຍ.
  3. ມີໂຮງລະຄອນ ແລະໂຮງມະຫໍລະສົບຂະນາດນ້ອຍຢູ່ທີ່ອາຄານຂອງຄະນະສິລະປະກຳ.
  4. ມີຫ້ອງຖ່າຍຮູບໄວ້ຄອຍເອື້ອອຳນວຍໃຫ້ອັດແລະຂະຫຍາຍຮູບໄດ້ຕະລອດຄືນທີ່ຕັ້ງຢູ່ແຄມເດິ່ນເທັນນິດ (Tennis).
  5. ຄະລີນິກປົວແຂ້ວ(ທັນຕະແພດ)ຕັ້ງຢູ່ທັດກັບຫ້ອງອາຫານ.ຄະລີນິກຊ່ວຍອຳນວຍປົວແຂ້ວແບບຄົບຊຸດດ້ວຍຄຸນນະພາບສູງ ແລະຫຼຸດຄ່າສຳຫຼັບນັກສຶກສາ.
  6. ຄະລີນິກການແພດແມ່ນໄດ້ຕັ້ງຖັດກັບອາຄານອະທິການບໍດີ.ຄະລີນິກຊ່ວຍປິ່ນປົວດ້ວຍລາຄາຍ່ອມເຍົາ. ມັນເປີດ ແຕ່ເວລາ 9:30 - 11:00. ມັນຈະໄດ້ຍ້າຍໄປຢູ່ທ່ີໃໝ່ໃກ້ ອາຄານ SWUNIPLEX ໃນປີ 2010.
  7. SWUNIPLEX,ເປັນອາຄານທຸລະກິດຂາຍເຄື່ອງຍ່ອຍທີ່ຫຼາກຫຼາຍຊຶ່ງຈະໄດ້ເປີດໃນເດືອນມັງກອນ 2010.ຕະລາດນັດຈະ ລວມມີ ທະນາຄານ,ຮ້ານຂາຍປື້ມ, ຮ້ານກາເຟ, ຮ້ານອາຫານ ແລະອຶ່ນໆອີກ. ມັນຈະມີຕັ້ງລຽງລາຍ ຢູ່ທີ່ຖະໜົນອະໂສກ.
  8. ຫ້ອງອອກກຳລັງກາຍເພື່ອສຸຂະພາບແລະຫັດກາຍຍະບໍລິຫານເປັນສິ່ງອຳນວຍຄວາມສະດວກໂດຍບໍ່ເສຍຄ່າທີ່ໄດ້ຈັດໄວ້ທ່ີອາ ຄານເລກທີ 14.
  9. ບໍລິການການພີມແມ່ນມີຄວາມສະດວກຕັ້ງໄວ້ຢູ່ຫລາຍໆແຫ່ງທົ່ວສະຖານທີ່ມະຫາວິທະຍາໄລເຊັ່ນ:ຢູ່ທີ່ອາຄານເລກທີ 2, 12, 15 ແລະ 19.
  10. ສະມຸດໜັງສືລາຍຊື່ໃນລະບົບຄອມພິວເຕີທີ່ມີຢູ່ຫ້ອງສະໝຸດຊ່ວຍໃຫ້ຄວາມສະດວກເຂົ້າໄປຫາໄດ້ຢູ່ໃນຫໍສະໝຸດກາງໄດ້ເໝືອນກັນກັບ ມະຫາວິທະຍາໄລອຶ່ນໆໃນກຸງເທບເໝືອນກັນກັບມະຫາວິທະຍາໄລຈຸລາລົງກອນແລະມະຫາວິທະຍາໄລກະເສດສາດ.
  11. ມີຕູ້ເຄື່ອງຈັກທະນາຄານ ATM ຊ່ວຍອຳນວຍຄວາມສະດວກໃຫ້ທົ່ວບໍລິເວນທີ່ສະຖານມະຫາວິທະຍາໄລ.
  12. ມີຈັດຕະລາດກາງແຈ້ງທຸກວັນພະຫັດຊ່ວຍອຳນວຍຄວາມສະດວກຂາຍໃນລາຄາຖືກແລະສາມາດຕໍ່ລອງກັນໄດ້ເລີ້ມແຕ່ເວລາ 7:00 ເຖີງ 17:00 ຢູ່ຕໍ່ໜ້າໂຮງຮຽນສາທິດ.
  13. ມີຫ້ອງທົດລອງຊ່ວຍອຳນວຍຄວາມສະດວກໃຫ້ທຸກການຄົ້ນຄວ້າທີ່ທ່ານຕ້ອງການຢາກຄົ້ນຫາ.
  14. ມີຫໍພັກນັກສຶກສາທີອົງຄະຣັກຊ່ວຍໃຫ້ຄວາມສະດວກໃນການພັກເຊົາທັງນັກສຶກສາຕ່າງປະເທດແລະນັກສຶກສາພາຍໃນປະເທດ.
  15. ສູນພະຍາບານສ່ວນກາງສີຣິນທອນຊ່ວຍອຳນວຍຄວາມສະດວກໃຫ້ການຮັກສາປິ່ນປົວແກ່ນັກສຶກສາ,ໃຫ້ການຝຶກອົບຮົມແກ່ນັກສຶກສາແພດສາດ ແລະນັກບໍລິການທາງດ້ານສາທາລະນະສຸກຊຸມຊົນ.
  16. ສະຖານທີ່ພັກເຊົາຂອງແຂກຢູ່ມະຫາວິທະຍາໄລຊ່ວຍອຳນວຍຄວາມສະດວກໃຫ້ແກ່ ກຽມການກະກຽມຮັບບັນດາອາຈານແລະແຂກຕ່າງປະເທດທີ່ມາຢ້ຽມຢາມ.
  17. ໂຮງອາຫານຊ່ວຍອຳນວຍຄວາມສະດວກ ດ້ວຍອາຫານໄທເດີມທີ່ມີລົດຊາດແຊບນົວຫລາກຫລາຍຊະນິດໃຫ້ແກ່ນັກສຶກສາ, ພະນັກງານ, ຄະນະວິຊາ ແລະຄົນທ້ອງຖິ່ນດ້ວຍລາຄາຍ່ອມເຍົາ.
  18. ຫໍພິພິດຕະພັນກາຍຍະວິພາກວິທະຍາຊ່ວຍອຳນວຍຄວາມສະດວກເປັນຕົວແບບເພື່ອວາງສະແດງ ແລະການສຶກສາ.

ລະບົບການຂົນສົ່ງໃນກຸງເທບ ທີ່ຈອດໃກ້ກັບວິທະຍາເຂດມະຫາວິທະຍາໄລປຣະສານມິດ

  1. ລົດເມສາຍຖະໜົນສຸຂຸມວິດ.
    ລົດເມທຳມະດາເບີ: 1, 2, 8, 13, 25, 40, ແລະ 48
    ລົດເມປັບອາກາດເບີ: 511, 13
    ລົດເມພິເສດປັບອາກາດເບີ: 6
  2. ລົດເມສາຍຖະໜົນເພັດບູຣີ.
    ລົດເມທຳມະດາເບີ: 11, 23, 58, 60, 72, 93, 99, 113, ແລະ 206
    ລົດເມປັບອາກາດເບີ: 11, 12, 23, 60, 72, 93, ແລະ 206
    ລົດເມພິເສດປັບອາກາດເບີ: 3, 10, 35
  3. ລົດເມສາຍອະໂສກ
    ລົດເມທຳມະດາເບີ: 38, 98, ແລະ 136
    ລົດເມປັບອາກາດເບີ: 136, ແລະ 185
  4. ເຮືອທີ່ຄອງແສນແສບອຳນວຍຄວາມສະດວກຕັ້ງແຕ່ເວລາ: 5:30’ ເຖີງ 19:30’
  5. ລົດໄຟຟ້າ (BTS) ເປັນພາຫະນະຂົນສົ່ງທີ່ຊ່ວຍອຳນວຍຄວາມສະດວກສະບາຍ,ໄວ,ລາຄາຖືກຕາມສອງເສັ້ນທາງແລະແລ່ນໄປທົ່ວຕົວ ເມືອງກຸງເທບ: ສຸຂຸມວິດ, ສີລົມ ແລະພະຫົນໂຍທິນ. ສະຖານີທີ່ໃກ້ກັບມະຫາວິທະຍາໄລແມ່ນສະຖານີອະໂສກຂຶ່ງຕັ້ງຢູ່ແຈຖະ ໜົນສຸຂຸມວິດ ແລະ ອະໂສກ.
  6. ສະຖານີລົດໄຟໃຕ້ດິນ (MRT) ເພັດສະບຸຣີ ແລະສຸຂຸມວິດ ແມ່ນສະຖານີທີ່ໃກ້ທີ່ສຸດກັບສະຖານມະຫາວິທະຍາໄລ.ຈາກສະຖານີລົດໄຟ ໃຕ້ດິນ(MRT)ເພັດສະບຸຣີ,ພຽງແຕ່ຜ່ານອອກຈາກທາງອອກປະຕູ2 ບ່ອນເສົາກາງອາໂສກ(AsokePier) ແລະກໍຍ່າງ ຕາມທາງຖະໜົນອາ ໂສກພຽງ ແຕ່ 10 ນາທີ . ຖ້າຈາກສະຖານີລົດໄຟໃຕ້ດິນ (MRT) ສຸຂຸມວິດ ທາງອອກປະຕູ 2, ທ່ານສາມາດຍ່າງໄດ້ຄືກັນ ປະມານ 15 ນາທີ ຫລືຂີ່ແທກຊີ (Taxi) ຜ່ານໄປທາງສຸດຖະໜົນສຸຂຸມວິດ 23 ກໍຈະເຖີງສະ ຖານມະຫາວິທະຍາໄລ.
Back