ເຖີງແມ່ນວ່າມະຫາວິທະຍາໄລມີຮີດຄອງປະເພນີປະຫວັດຄວາມເປັນມາອັນຍາວນານ,
ສູນວິທະຍາສາດການສຶກສາມີສາຍພົວພັນທີສັ້ນກັບປະວັດສາດທາງການ. ມັນໄດ້ສ້າງຕັ້ງຂຶ້ນໃນປີ 2000, ສູນວິທະຍາສາດການສຶກສາແມ່ນໄດ້ອຸທິດຕົນເພື່ຶຍົກລະດັບການສອນ
ແລະການຮຽນໃນໂຮງຮຽນເພື່ອໃຫ້ມັນແຜ່ຂະຫຍາຍໄປພ້ອມໆກັນເໝືອນກັບວ່າການສື່ສານສານກ່ຽວກັບການສອນການຮຽນທາງດ້ານວຶທະຍາສາດ.
ທາງສູນສຳເລັດໜ້າທີ່ຂອງຕົນໂດຍຜ່ານການຮ່ວມມືລະຫວ່າງບັນດາພວກນັກວິທະຍາສາດ, ພວກໃຫ້ການສຶກສາ ແລະບັນດາຄູສອນຢູ່ຂັ້ນພື້ນຖານ.
ການພິຈາລະນາຢ່າງຮອບຄອບຂອງສະພາມະຫາວິທະຍາໄລໄດ້ສ້າງຕັ້ງສູນເປັນໜ່ວຍງານທີ່ຄ້າຍກັບວ່າເປັນອິດສະລະຂອງມະຫາວິທະຍາໄລເພື່ອ ຈັດການເປັນພິເສດກັບຄວາມກ່ຽວພັນຕໍ່ບັນຫາຕ່າງໆທາງດ້ານວິທະຍາສາດໃນການສອນແລະການຮຽນຢູ່ໃນໂຮງຮຽນ.
ໃນການຮ່ວມໄມ້ຮ່ວມມືກັບໜ່ວຍງານວິຊາການອຶ່ນໆ ຫລືວ່າມະຫາວິທະຍາໄລ,
ສູນມອບໂຄງການຫລັກສູດສອງລະດັບໃນວິຊາວິທະຍາສາດການສຶກສາເຊັ່ນລະດັບປະລິນຍາໂທ ແລະປະລິນຍາເອກ. ພາສາອັງກິດໃຊ້ເປັນສື່ໃນການສອນ
ແລະການຂຽນບົດວິທະຍານິພົນເປັນພາສາອັງກິດ. ບັນດາໂຄງການຫລັກສູດອັນນີ້ເອື້ອອຳນວຍຄວາມເປັນຜູ້ນຳທາງດ້ານວິທະຍາສາດການສຶກສາໂດຍຜ່ານການຄົ້ນຄວ້າ
ແລະການພັດທະນາ, ການຮຽນທາງດ້ານວິຊາການ, ການຮຽນທາງດ້ານວິຊາຊີບໂດຍທົ່ວໄປ ແລະການຮຽນວິຊາຊີບແບບສະເພາະດ້ານ.
ຈາກການເຄື່ອນໄຫວກິດຈະກຳຫລາຍໆຢ່າງນັ້ນ,
ສ່ວນຫລາຍໂດຍພື້ນຖານແລ້ວທາງສູນໄດ້ມີເຈດຕະນາສົ່ງເສີມເພື່ອພັດທະນາການຄົ້ນຄວ້າໂຄງການຫລັກສູດ ແລະກວດສອບພື້ນຖານທາງວິທະຍາສາດຂອງການສອນການຮຽນ-ການສອນ,
ຊຸກຍູ້ໂຮງຮຽນດ້ານວິທະຍາສາດການສອນ ແລະການຮຽນ, ຖ່າຍທອດຜົນສຳເລັດຂອງການຄົ້ນຄວ້າ ແລະພັດທະນາໂຄງການ,ແລະຊ່ວຍພວກນັກສຶກສາບັນດິດດ້ວຍການໃຫ້ທຶນຄົ້ນຄວ້າ
ແລະການຝຶກອົບຮົມຢູ່ມະຫາວິທະຍາໄລຕ່າງປະເທດ.
URL: http://scied.swu.ac.th
|