ສູນຄົ້ນຄວ້າ ແລະບໍລິການ (ສຄບ) ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2000 ໃຫ້ເປັນໜ່ວຍປະຕິບັດງານຊຶ່ງຢູ່ພາຍໃຕ້ການ
ກວດກາຂອງມະຫາວິທະຍາໄລສຣີນະຄະຣິນວິໂຣດ(ມສວ). ເປົ້າໝາຍຂອງສູນຄົ້ນຄວ້າບໍລິການ ແລະບໍລິການແມ່ນປະຕິ ບັດໜ້າທີເປັນຜູ້ປະສານງານໃນການສະເໜີຂອງຜູ້ທີ່ສົນໃຈຄວາມຮູ້ ແລະວິທະຍາສາດ
ຈາກບັນດາຫ້ອງການ ທັງພາຍໃນ ພາຍນອກມະຫາວິທະຍາໄລ ແລະຊຸມຊົນ; ເພື່ອດຳເນີນການຈັດການການເຈລະຈາທຸລະກິດຕາມກົດ ໝາຍຕາມເງື່ອນໄຂ ແລະຂໍ້ຕົກລົງ; ກວດກາເບິ່ງຜົນປະໂຫຍດ
ແລະຜົນກຳໄລທີ່ໄດ້ມາຈາກການຄົ້ນຄວ້າ ແລະເທັກນິກ ການບໍລິການໂດຍ (ສຄບ); ແລະກໍເພື່ອກໍ່ໃຫ້ເກີດລາຍຮັບຈາກການອຳນວຍການບໍລິການດ້ານຄົ້ນຄວ້າ ແລະວິຊາການໃຫ້ແກ່ມະຫາວິທະຍາໄລ,
ແຕ່ໃຫ້ສອດຄ່ອງກັບຫຼັກການ, ເປົ້າໝາຍ ແລະແນວທາງນະໂຍບາຍຂອງມະຫາວິທະຍາໄລ.
ເພື່ອໃຫ້ສຳເລັດບັນດາເປົ້າໝາຍນີ້, (ສຄລ) ແມ່ນໄດ້ແບ່ງເປັນສາມພະແນກຕາມພາລະໜ້າທີ່ພື້ນຖານດັ່ງນີ້:
ພັດທະນາການຝຶກອົບຮົມ, ການຄົ້ນຄວ້າ ແລະການສຶກສາແບບຕໍ່ເນຶ່ອງ. ກິດຈະກຳທັງໝົດຈະໄດ້ເປັນຜົນຕາມມາພາຍຫຼັງ
ຕາມຄວາມຕ້ອງການຂອງຜູ້ນຳໃຊ້ການບໍລິການທີ່ໄດ້ປະໂຫຍດຈາກແຫຼ່ງວິຊາການໃນມະຫາວິທະຍາໄລ. ການຝຶກອົບຮົມ,
ການສຳມະນາແລະການປະຊຸມເຊີງປະຕິບັດການເພື່ອພັດທະນາຂີດຄວາມສາມາດໃນການພັດທະນາຊັບພະຍາກອນມະນຸດຢູ່ໃນຮູບແບບຂອງການຮ່ວມມື,ການຮຽນ,ການບໍລິການ
ແລະມີສ່ວນຮ່ວມໃນການພັດທະນາເພື່ອໃຫ້ສອດຄ່ອງກັບແນວ ທາງນະໂຍບາຍຂອງມະຫາວິທະຍາໄລ ແລະຊ່ວຍຈັດຫາຂະບວນການຮຽນແບບຕໍ່ເນື່ອງ ແລະຫຼັກສູດໂຄງການ.
ມີການຝຶກອົບຮົມຫຼັກສູດລະບົບພິເສດສາມຫາຫົກເດືອນໄດ້ຮັບໃບຢັ້ງຢືນທີ່ມອບໃຫ້ໃນການສຶກສາ. ການແນະແນວ ແລະການຝຶກອົບຮົມວິຊາຊີບ ແລະການບໍລິຫານສະຫະກອນ.
ເຖີງແນວໃດກໍຕາມຫຼັກສູດການຄົ້ນຄວ້າແລະການພັດທະນາແມ່ນໄດ້ວຍຮ່ວມກັນດຳເນີນການ ແລະສະໜັບສະໜູນດ້ວຍກອງທຶນຂອງທັງພາກລັດ ແລະເອກະຊົນ.
ການສຶກສາແບບຕໍ່ເນື່ອງເລ່ງໃສ່ເພື່ອການນຳໃຊ້ການພັດທະນາວິຊາຊີບເພີ້ມເຕີມການຍົກລະດັບຂີດຄວາມສາມາດ ແລະຄວາມຖະນັດໃນການອອກແຮງງານໃນດ້ານວິຊາຊີບ.
ການຮຽນທາງໄກ, ລະບົບໄອທີ ແລະວິທີການຮຽນການສອນແມ່ນໄດ້ໃຊ້ເພືອຍົກລະດັບໃນຫຼັກສູດການສຶກສາ. ລວມທັງການເຄື່ອນໄຫວກິດຈະກຳປະຈຸບັນ ແລະໂຄງການເຊັ່ນ:
ການຕິດຕາມການຮຽນການສອນດ້ວຍການຮັບປະກັນຄຸນນະພາບໃນສະຖານການສຶກສາຊັ້ນສູງ; ມີການຝຶກອົບຮົມຫຼັກສຸດຜູ້ປະກອບການໃໝ່ໃນເຊີງສ້າງສັນ, ການຟັກຕົວ ແລະການແນະແນວ.
ແລະການພັດທະນາຄວາມຊຳນານໃນການກວດກາ.
URL: http://rsc.swu.ac.th
|