SWU Home
The Central Library
 

Central Library at Prasarnmit Central Library at Ongkharak

ຫໍສະໝຸດກາງປຣະສານມິດ, ບາງກອກ
URL: http://lib.swu.ac.th
Phone/Fax: (662) 260-4514, (662) 258-4002-3, (662) 649-5000 ext. 5382
Hours Monday - Friday : 8:00 a.m. to 8:30 p.m.
Saturday - Sunday : 9:00 a.m. to 7:00 p.m.

ຫໍສະໝຸດອົງຄະຣັກ, ວິທະຍາເຂດອົງຄະຣັກ, ນະຄອນນາຍົກ
URL: http://oklib.swu.ac.th
Phone: (662) 649-5421-2
Fax: (662) 649-5421
Hours Monday - Sunday: 9:00 a.m. - 8:00 p.m.

ຫໍສະໝຸດແພດສາດ, ວິທະຍາເຂດອົງຄະຣັກ, ນະຄອນນນາຍົກ
URL: http://medicine.swu.ac.th/webmed/library/index.html
Phone: (662) 649-5421-2
Fax: (662) 649-5421
Hours Monday - Friday : 8:00 a.m. to 8:00 p.m.
Saturday : 8:00 a.m. to 4:00 p.m.

ຫໍສະມຸດກາງໄດ້ສ້າງຕັ້ງຂື້ນໃນປີ 1954, ຫໍສະມຸດກາງໄດ້ຖືກພັດທະນາມາດ້ວຍການຊ່ວຍເຫລືອຂອງສະຫະລັດ ອາເມ ລິກາ ເພື່ອການພັດທະນາລະຫວ່າງປະເທດ( USAID ) ແລະໄດ້ທຽບເທົ່າກັບຖານະເປັນຄະນະພາກວິຊາ ໃນປີ 1974. ໃນປີ 1989 ພຣະມະຫາຣາຊີນີຈັກກຣີສີຣິນທອນຊົງມີພຣະກາຣຸນາໃຫ້ກຽດເປັນປະທານກິດຕິມະສັກການພິທີເປີດຫໍສະມຸດໃໝ່ ທີ່ໄດ້ສ້າງຂຶ້ນເພື່ອໃຫ້ສົມຄູ່ກັບຄວາມຄວາມຕ້ອງການອັນໃຫຍ່ຂອງມະຫາວິທະຍາໄລ ແລະການລົງທະບຽນນຳໃຊ້ມັນ.

ຫໍສະມຸດກາງ, ມີຊື່ເປັນອາຄານພຣະມະຫາຣາຊີນີຈັກກຣີສີຣິນທອນ, ເປັນແປດເລື້ອງທີ່ເປັນສູນກາງສິດສອນທາງດ້ານສີ່ມວນຊົນ, ມັນໃຫ້ບໍລິການບໍ່ພຽງແຕ່ເປັນນັກສຶກສາ, ຄະນະພາກວິຊາແລະພະນັກງານ, ແຕ່ມັນຍັງເປັນບ່ອນວາງສະແດວຂອງບັນດາໂຮງຮຽນນຳອີກ. ຫໍສະໝຸດກາງ ແລະສາຂາຍັງໄດ້ເອື້ອອຳນວຍແຫຼ່ງຂໍ້ມູນຂ່າວສານໂດຍຜ່ານລະບົບຫໍສະໝຸດແບບອັດຕະໂນມັດ. ໃນການເພີ້ມໃຫ້ແກ່ການບໍລິການແບບປົກກະຕິນັ້ນ, ພວກນັກສຶກສາ ແລະຄະນະພາກວິຊາຕ່າງໆຍັງສາມາດໃຊ້ປະໂຫຽດໃນການຈັດສິ່ອຳນວຍຄວາມສະດວກໃຫ້ແກ່ການສຳມະນາ ແລະການປະຊຸມນຳອີກ. ຫໍສະໝຸດທີ່ວິທະຍາເຂດອົງຄະຣັກຍັງເນັ້ນໃສ່ການຊ່ວຍທາງດ້ານການແພດ, ວິທະຍາສາດສຸຂະພາບ ແລະວິສະວະກຳ.

ຫໍສະໝຸດກາງຍັງເປັນສະມາຊິກຂອງເຄືອຂ່າຍສະມາຄົມຫໍສະໝຸດແຫ່ງປະເທດໄທໂດຍຢູ່ພາຍໃຕ້ການຊີ້ນຳຂອງສຳນັກງານການສຶກສາຊັ້ນສູງ, ຊຶ່ງເລັ່ງໃສ່ການແລກປ່ຽນແຫຼ່ງຂໍ້ມູນ. ມັນຍັງສົ່ງເສີມເຂົ້າເຖີງການຮຽນດ້ວຍຕົນເອງຢ່າງຕັ້ງໜ້າດ້ວຍການເອື້ອອຳນວຍຄວາມສະດວກທາງດ້ານຂໍ້ມູນຂ່າວສານເທັກໂນໂລຢີ. ການເຂົ້າໄປຫາຂໍ້ມູນທາງອອນລາຍ (Online) ສາມາດທຳໄດ້ຢ່າງເຕັມທີ່ລວມທັງຫົວຂໍ້ບົດວິທະຍານິບົດ, ບົດວິທະຍານິພົນ ແລະອອນລາຍທາງດ້ານຂໍ້ມູນພື້ນຖານ. ຫໍສະມຸດຮັບເອົາຄຳຄິດເຫັນສຳຫຼັບອຸປະກອນຫໍສະມຸດຈາກສະມາຊິກຂອງມະຫາວິທະຍາໄລທຸກຄົນ. ຍິນດີຕ້ອນຮັບບັນແຂກທີ່ມາຢ້ຽມຢາມມະຫາວິທະຍາໄລເພື່ອນຳໃຊ້ສິ່ງອຳນວຍຄວາມສະດວກດ້ວຍການຈ່າຍຄ່າທຳນຽມປະຈຳປີ.

Library   Computer Laboratory

Central Library
Back