ປັດຊະຍາ
“ ການສຶກສາແມ່ນຈະເລີນເຕີບໂຕ ” ຊຶ່ງເປັນການທຽບກັບຄຳບາລີທີ່ວ່າ “ ສິກຂາ ວິຣຸນ ສຳ ປະທາ ”
ການຈະເລີນເຕີບໂຕທີ່ພວກເຮົານັບຖືມີ ຫ້າຂໍ້ຄື:
- ການຈະເລີນເຕີບໂຕຂອງຄວາມຊື່ສັດ: ຄວາມເຊື່ອໝັ້ນໃນຊີວິດ, ພາລະບົດບາດແລະໜ້າທີ່ຂອງຕົນເອງ.
- ການຈະເລີນເຕີບໂຕໃນຄວາມເຊື່ອສິ່ງສັກສິດ: ຫຼັກຈາຣິຍະທຳ, ຄວາມດີ.
- ການຈະເລີນເຕີບໂຕໃນຄວາມມີຈັນຍາບັນ: ການຄົ້ນຄິດ ແລະສຶບຕໍ່ການຮຽນ
- ການຈະເລີນເຕີບໂຕໃນຄວາມວາງເສີຍ: ຄວາມມີຈິດໃຈກວ້າງຂວາງ ແລະອ່ອນນ້ອມຖ່ອມຕົນ.
- ການຈະເລີນເຕີບໂຕໃນທາງປັນຍາ: ການມີຊີວິດຊີວາ, ການຄົ້ນຄິດ, ແລະການເຮັດດ້ວຍສະຕິປັນຍາ
ຄຸນຄ່າ
ຊີວິດການສຶກສາຂອງນັກສຶກສາແມ່ນຄືກັນກັບນັກປຣາດຜູ້ທີ່ປະຕິບັດຕາມທຳມະ ແລະກໍຄືກັບເປັນຜູ້ນຳທີ່ພຽບພ້ອມໄປດ້ວຍຄຸນຄ່າ ແລະສະຕິ ປັນຍາ
ວິໄສທັດ
ມະຫາວິທະຍາໄລສຣີນະຄະຣິນວິໂຣດເປັນນຶ່ງທ່ີນຳໜ້າທາງດ້ານການຄົ້ນຄວ້າແລະຈັດຕັ້ງການສຶກສາຮ່ຳຮຽນພື້ນຖານຄຸນສົມບັດທີ່ມີສິລະທຳ ແລະ ມີການສຶກສາດ້ານນະວັດຕະກຳໃໝ່ ແລະການປະດິດສ້າງໄປສູ່ສາກົນ
ສຳນັກງານໃຫຍ່
- ເພື່ອໃຫ້ເກີດການພັດທະນາສ່ວນບຸກຄົນໃຫ້ມີຄຸນນະພາບແລະຄຸນສົມບັດທີ່ມີສິລະທຳໃຫ້ແກ່ສັງຄົມໂດຍຜ່ານຂະບວນການສຶກສາຮ່ຳຮຽນ ແລະສັງຄົມ.
- ເພື່ອສ້າງສັນຄຸນນະພາບໃນການຄົ້ນຄວ້າປະດິດສ້າງນະວັດຕະກຳໃໝ່ທີ່ມີ່ຜົນປະໂຫຍດ ແລະຍືນຍົງໃຫ້ແກ່ສັງຄົມຂອງຊາດແລະສາກົນ.
- ເອື້ອອຳນວຍການບໍລິການດ້ວຍຄຸນນະພາບ,ດ້ວຍຄວາມຕັ້ງໜ້າແລະບໍລິສຸດຜຸດແກ່ສັງຄົມ.
- ເພື່ອສຶກສາຄົ້ນຄວ້າແລະສົ່ງເສີມທາງດ້ານສິລະປະ ແລະວັດທະນະທຳ.
- ເພື່ອພັດທະນາບັນດາລະບົບການບໍລິຫານດ້ວຍຄຸນນະພາບ ແລະການຄູ້ມຄອງທີ່ດີເດັ່ນ.
ເຄື່ອງໝາຍຂອງມະຫາວິທະຍາໄລ
|
ເຄື່ອງໝາຍມະຫາວິທະຍາໄລສຣີນະຄະຣິນວິໂຣດມີແຫຼ່ງທ່ີມາຈາກກຣາຟສະແດງເສັ້ນຄວາມສຳພັນ ຂອງເລກສົມການທີ່ມີເສັ້ນກົ່ງ
( Y = ex ). ມັນເປັນສັນຍາລັກໝາຍເຖີງການຂະຫຍາຍຕົວແລະເຕີບໃຫຍ່ທີ່ໝັ້ນຄົງກັບປັດຊະຍາ ທີ່ວ່າ: “ການສຶກສາແມ່ນການຈະເລີນເຕີບໂຕທີ່ບໍ່ຢຸດຢັ້ງ ”( ສິກຂາ ວິຣຸດ ຫິສົມ ປະຕະຕາ) |
ສີປະຈຳ ມສວ : ສີຂີ້ເຖົ່າ ແລະ ສີແດງ
|
ສີຂີ້ເຖົ່າແມ່ນສີຂອງສະໝອງ ໝາຍເຖີງແນວຄວາມຄິດ ແລະຄວາມມີສະຕິປັນຍາ |
|
|
|
ສີແດງແມ່ນສີຂອງເລືອດ ໝາຍເຖີງຄວາມກ້າຫານ |
ຕົ້ນດອກຄູນເປັນຈົ້ນໄມ້ ທີ່ບົ່ງບອກເຖີງສັນຍາລັກຕົ້ນໄມ້ປະຈຳຂອງມະຫາວິທະຍາໄລສຣີນະຄະຣິນວິໂຣດ
|
ຕົ້ນດອກຄູນເປັນທີ່ຮູ້ຈັກກັນຄືບົວອາບນ້ຳສີຄຳ, ຊຶ່ງຄົນອິນເດຍ Laburnum, Pudding - pine Tree, Cassis fistula linn
ຊຶ່ງຈັດຢູ່ໃນຕະກຸນພຶດພັນ.. ມັນຍັງໄດ້ຖືກເອີ້ນວ່າ ຄູນ, ຣາຊາພຶກ ຫລືວ່າ ລົມ |
|