SWU Home
Institute of Environment and Resources
 

ໃນປີ 2000, ມະຫາວິທະຍາໄລໄດ້ສ້າງຕັ້ງສະຖາບັນສິ່ງແວດລ້ອມ ແລະຊັບພະຍາກອນຂຶ້ນເພື່ອສົ່ງເສີມການຮຽນ ແລະການຄົ້ນຄວ້າໃນການປົກປັກຮັກສາໃຫ້ແກ່ການສຶກສາທາງດ້ານສິ່ງແວດລ້ອມ ແລະຊັບພະຍາກອນ ໃນການຕອບສະໜອງການເພີ້ມທັງທາງດ້ານປະຊາກອນ ແລະການທຳລາຍຊັບພະຍາກອນທຳມະຊາດກໍຄືການເສື່ອມໂຊມຊັບພະຍາກອນທຳມະຊາດທີ່ມີຄ່າຂອງປະເທດໄທ. ພາລະໜ້າທີ່ເບື້ອງຕົ້ນຂອງສະຖາບັນແມ່ນສຶກສາອົບຮົມ ແລະສົ່ງເສີມດ້ານຈາລິຍະທຳແລະຄວາມຍືນຍົງຂອງສິ່ງແວດລ້ອມ, ໂຄງການພັດທະນາສິ່ງແວດລ້ອມໃຫ້ມີຄຸນນະພາບສຸງໃນລະດັບທ້ອງຖິ່ນ ແລະລະດັບຊາດໂດຍການປະສານສົມທົບກັບຄວາມຮັບຮູ້ທາງດ້ານວັດທະນະທຳຮ່ວມກັບວິທີການສຶກສາແບບທັນສະໄໝ.

ອີງຕາມແນວທາງນະໂຍບາຍຂອງ ມສວ ເພື່ອຕອບສະໜອງໃຫ້ແກ່ບັນຫາສິ່ງແວດລ້ອມກັບຜົນຮັບແບບຍືນຍົງ, ສະຖາບັນຈັດການຮຽນໃນສີ່ລະດັບຂອງການຮຽນປະລິນຍາໂທ ແລະປະລິນຍາເອກໃນຂອບເຂດການຮຽນກ່ຽວກັບສິ່ງແວດລ້ອມເຊັ່ນ: ການສຶກສາກ່ຽວກັບສິ່ງແວດລ້ອມ, ສິ່ງແວດລ້ອມທາງດ້ານເສດຖະກິດ-ສັງຄົມ, ການຈັດການປົກປັກຮັກສາສິ່ງແວດລ້ອມ, ແລະເທັກໂນໂລຢີກ່ຽວກັບສິ່ງແວດລ້ອມ. ໂດຍລວມ, ສະຖາບັນເຮັດວຽດດ້ວຍການຮ່ວມໄມ້ຮ່ວມມືກັບຫລາຍຄະນະວິຊາແລະສະຖາບັນອຶ່ນໆພາຍໃນ ມສວ ແລະສາກົນເພື່ອຊ່ວຍໃຫ້ການເຄື່ອນໄຫວກິດຈະກຳ ແລະການບໍລິການເຊັ່ນ: ຫ້ອງຮຽນ, ການຈັດທ່ອງທ່ຽວ, ສຳມະນາ, ການຄົ້ນຄວ້າໂຄງການ ຕົວຢ່າງ: ນ້ຳເປັນພິດ ແລະສຽງລົບກວນຂອງໂຮງງານ, ຖານຂໍ້ມູນການນຳໃຊ້ສິ່ງແວດລ້ອມ ແລະຊັບພະຍາກອນ ລະບົບວິທີການໃຫ້ຂໍ້ມູນທາງດ້ານພູມີສາດ (GIS).

SWU President, Sumontha Promboon, planted trees Mat maker

URL: -

Institute of Environment and Resources
Back