SWU Home
Faculty of Fine Arts
 

Faculty of Fine Art Image 1

URL: http://fofa.swu.ac.th/
Phone: (662) 260-0123, 649-5496
Fax (662) 260-0123 ext. 115

ທາງຄະນະຂອງມະຫາວິທະຍາໄລສີນະຄະລິນວິໂຣດວິຈິດສິນ ມີຄວາມໂດດເດັ່ນແລະມີຊື່່ສຽງໃນລະດັບປະເທດ ເພື່ອຄວາມເປັນເລີດໃນດ້ານຂອງສິນລະປະ ,ສິນລະປະການສຶກສາ,ເພັງ,ເຕັ້ນລຳ,ສິນລະປະການສະແດງ ແລະການອອກແບບກ່ຽວກັບຫລັກສູດລະດັບປະລິນຍາຕີແລະລະດັບບັນດິດສຶກສາ ກໍ່ຕັ້ງຂື້ນໃນປີ 1993 ຄະນະມີຄວາມກ້າວຫນ້າໄວໃນການສະແຫວງຫາສະຖານະອັນສູງກຽດທີ່ຈະກາຍເປັນອັນດັບຫນຶ່ງໃນຂະແຫນງສິນບະປະການສຶກສາ ເພື່່ອສ້າງສັນແນວຄວາມຄິດແລະການອອກແບບສະຖາບັນໃນປະເທດໄທ ທາງຄະນະໄດ້ຂະຫຍາຍຂອບເຂດການສຶກສາໄປຍັງໂລກກ້ວາງຜ່ານທຸກແງ່ມູມຂອງສິນລະປະ

ຄະນະວິຈິດສິນມີຫລັກສູດພື້ນຖານຫລັກໄດ້ແກ່ ການອອກແບບນິເທດສິນ,ອອກແບບແຟຊັ້ນ,ການອອກແບບບັນຈຸພັນ, ອອກແບບເຄື່ອງປະດັບ, ຮູບພາບສິນລະປະ,ສິນລະປະເຊລະມິກ, ຟ້ອນລຳ, ສິນລະປະການສະແດງ ,ດົນຕີ ,ການສຶກສາສິນລະປະແລະສິນລະປະວັດທະນະທ ນອກຈາກຫລັກສູດການສຶກສາ ທາງຄະນະໄດ້ມີການດຳເນີນການ ຈັດຕັ້ງປະຕິບັດແລະຍັງໄດ້ກວມລວມທາງດ້ານສິນລະປະແລະວັດທະນາທຳ, ສະຖາບັນວິໄຈ ສູນວິໄຈ ແລະ ພັດທະນາ ເພື່ອການສົ່ງເສີມທັກສະຄວາມຮູ້ຄວາມສາມາດພິເສດໃນດ້ານສິນລະປະ ແລະ ການສະແດງ, ແກລໍລີ້ ຫໍສະແດງຮູບພາບ,ໂຮງສະແດງລະຄອນ, ສູນຄອມພິວເຕີ້ກາບຟິກ ແລະ ສິນລະປະການອອກແບບໃນຫ້ອງສະມຸດເພື່່ອຂະຫຍາຍອົງຄວາມຮູ້ໃຫ້ກ້ວາງອອກ

ທາງຄະນະໄດ້ຮ່ວມມືຈັດຕັ້ງ ດ້ານວິຊາການກັບສະຖາບັນການສຶກສາສິນລະປະໃນຫລາຍດ້ານໃນລະດັບນານາຊາດໄດ້ແກ່ ສິນລະປະເບີມິງແຮມແລະວິທະຍາໄລການອອກແບບໃນ (KU), ມະຫາວິທະຍາໄລໃນລັດອີລີນອຍ (lllinois) ໃນສະຫາລັດອາເມລິກາ, ມະຫາວິທະຍາໄລຕ້າຫລີ່ໃນສປຈີນ ແລະ UESCO ໃນກຸງເທບມະຫານະຄອນໂດຍຜ່ານໂຄງການສິນລະປະແລະການສຶກສາເປັນຫນຶ່ງໃນສູນເຄືອຂ່າຍສິນລະປະແລະການອອກແບບ ນອກນີ້ທາງຄະນະຍັງມີວາລະສານພາສາອັງກິດເພື່ອການນຳສະເຫນີຜົນງານວິໄຈທາງດ້ານສິນລະປະແລະການອອກແບບຊຸມຊົນທີ່ມີຂະຫນາດໃຫຍ່

Faculty of Fine Art Image 2 Faculty of Fine Art Image 3 Faculty of Fine Art Image 4

ຫລັກສູດ:

ປະລິນຍາຕີດ້ານວິຈິດສິນ (BFA) ໃນການອອກແບບນິເທດສິນ,ອອກແບບແຟຊັ້ນ, ການອອກແບບບັນຈຸພັນ,ອອກແບບເຄື່ອງປະດັບ,ດົນຕີຄາດສິກ,ດົນຕີແຈັດ,ການບໍລິຫານການດົນຕີ, ການຜະລິດດົນຕີ, ສິນລະປະ& ວັດທະນາທຳ,ສິນລະປະເຊລະມິກ,ການຖ່າຍພາບສິນລະປະປະກອບການອອກແບບໃນງານສະແດງສິນລະປະການສະແດງແລະການເປັນກຳມະການ, ນາດຕະສິນໄທ ແລະນາດຕະສິນຕາເວັນຕົກ

ປະລິນຍາຕີສາຂາສຶກສາສາດ (B.Ed.)ໃນການສຶກສາດ້ານດົນຕີໄທ,ການສຶກສາດ້ານດົນຕີຕາເວັນຕົກ,ການສຶກສາດ້ານສິນລະປະສາດແລະສິນລະປະການສະແດງແລະການສຶກສາກາຟ້ອນລຳ

ປະລິນຍາໂທດ້ານວິຈິດສິນ (MFA) ໃນດ້ານການອອກແບບທາງດ້ານສິນລະປະ,ການຖ່າຍຮູບ ແລະດົນຕີວິທະຍາ

ປະລິນຍາໂທດ້ານສຶກສາສາດ (M.Ed.) ໃນດ້ານສິນລະປະການສຶກສາ

ປະລິນຍາເອກ (DA) ໃນດ້ານງານວິໄຈທາງດ້ານສິນລະປະ ແລະ ວັດທະນາທຳ

Faculty of Fine Art
Back