SWU Home
Faculty of Engineering
 

Faculty of Engineering

URL: http://eng.swu.ac.th
ໂທລະສັບ: (6637) 322625-35
ໂທລະສານ: (6637) 322601

ຄະນະວິສະວະກຳສາດມີຈຸດມຸ້ງຫມາຍເພື່ອໃຫ້ຄວາມຮູ້ແກ່ນັກຮຽນໃນການປະກອບອາຊີບຂອງການເປັນຜູ້ນຳ ດ້ວຍການຍົກລະດັບຄວາມຮູ້ຄວາມສາມາດໃນການຈັດການກັບການແກ້ໄຂປັນຫາດ້ວຍວັດຕະກຳການພັດທະນາປັບປຸງທາງດ້ານວິສະວະກຳສາດ ແລະເທັກໂນໂລຢີ ຄະນະວິສະວະກຳສາດມີຄວາມມຸ້ງຫມາຍໃນການຕຽມຄວາມພ້ອມສຳຫລັບລຸ້ນຕໍ່ໄປໃນສາຂາຕ່າງໆ ເຊັ່ນ ການພັດທະນາພະນັກງານທີ່ຢັ້ງຢືນ,ເທັກໂນໂລຢີຂັ້ນສູງດ້ານການເບີ່ງແຍງສຸກຂະພາບ,ການບໍລິຫານຈັດການດ້ານວິສະວະກຳສາດແລະແນ່ນອນຕ້ອງມີຄວາມກົມກືນຕໍ່ກັບທຳມະຊາດ

ທາງຄະນະມີອຸປະກອນທາງດ້ານເທັກໂນໂລຢີທີ່ທັນສະໄຫມ ຄະນະອາຈານຂອງພວກເຮົາລ້ວນແຕ່ເປັນບຸກຄົນຜູ້ທີ່ມີຄວາມຮູ້ ຄວາມສາມາດຊຶ່ງໄດ້ຮັບການຍອມຮັບຈາກທັງໃນແລະຕ່າງປະເທດ ພວກເຂົາມີຄວາມສາມາດທີ່ດີເລີດໃນການລວມກຸ່ມຂອງການສຶກສາວິໄຈແລະການບໍລິການສາທາລະນະ ດັ່ງນັ້ນ , ນັກຮຽນນັກສຶກສາຈຶ່ງງມີໂອກາດທີ່ດີທີ່ຈະເຂົ້າຮ່ວມໃນການວິໄຈແລະທັງໄດ້ຮັບປະສົບປະການຕົວຈິງໃນໂລກຂອງການເຮັດວຽກຈິງຈາກອາຈານຂອງພວກເຂົາ

ນັກຮຽນທີ່ໄດ້ຈົບການສຶກສາຈາກຄະນະວິສະວະກຳສາດຈະມີຄວາມຮູ້ພື້ນຖານດ້ານວິສະວະກຳສາດແລະເທັກໂນໂລຢີ ວິສະວະກຳສາດໄດ້ມີການພັດທະນາເພື່ອຕອບສະຫນອງຄວາມຕ້ອງການຂອງສັງຄົມແລະການໃຊ້ແນວທາງທີ່ສ້າງສັນເພື່ອການແກ້ໄຂປັນຫາ ພວກເຂົາຍັງມີການພັດທະນາຄວາມເປັນຜູ້ນຳທີ່ແຂງແກ່ນໃນການສື່ສານທີ່ດີແລະ ທັກສະການຮຽນຮູ້ຕະລອດຊີວິດ ເພື່ອສ້າງສັນຜົນງານທີ່ມີຄຸນຄ່າໃຫ້ກັບຊຸມຊົນແລະສະແດງຄວາມຮັບຜິດຊອບຕໍ່ສັງຄົມແລະສິ່ງແວດລ້ອມ

ຄະນະວິສະວະກຳສາດ ມີຫລັກສູດທີ່່ດີເລີດໃນດ້ານວິສະວະກຳສາດ ການວິໄຈ ແລະການບໍລິການເພື່ອສົ່ງເສີມເສດຖະກິດສັງຄົມແລະປະເທດ ພວກເຮົາຈະຂໍນຳສະເຫນີຫລັກສູດທີ່ຫນ້າສົນໃຈຫລາຍຫລັກສູດໃນລະດັບປະລິນຍາຕີແລະປະລິນຍາໂທ

Building of Engineering Faculty Laboratory

ຫລັກສູດ

ປະລິນຍາຕີສາຂາວິສະວະກຳສາດ (B.Eng.), ເຄມີ ,ເຄື່ອງກົນຈັກ ,ຊີວະການແພດ ,ອຸດສາຫະກຳໂຍທາ

ປະລິນຍາໂທວິສະວະກຳສາດ (M.Eng.), ການບໍລິຫານຈັດການວິສະວະກຳສາດ(ລະບົບການຜະລິດແລະການບໍລິຫານຈັດການການຂົນສົ່ງສິນຄ້າ) ເທັກໂນໂລຢີການສື່ສານແລະການສື່ສານວິສະວະກຳໂຍທາ

ວິທະຍາສາດມະຫາບັນດິດ(MS.c.), ການບໍລິຫານຈັດການວຽກງານວິສະວະກຳສາດ

ປະລິນຍາເອກ(Ph.D), ວິສະວະກຳເຄື່ອງກົນຈັກກົນ

Faculty of Engineering
Back