SWU Home
SCHOOL  OF  ECONOMICS  AND  PUBLIC  POLICY
 

Phone: (662) 649-5156-8
Fax (662) 649-5156-8

ເພື່ອເຮັດໃຫ້ແນວນະໂຍບາຍທາງດ້ານການສຶກສາຂອງສຳນັກງານໃຫຍ່ມະຫາວິທະຍາໄລບັນລຸໝາກຜົນກະຈາຍໄປສູ່ສັງຄົມນັ້ນ, ໂຮງຮຽນເສດຖະກິດ ແລະການເມືອງ ໄດ້ອຸທິດຕົນເພື່ອການພັດທະນາຄວາມຮູ້ຄວາມສາມາດໃຫ້ນັກສຶກສາຊັ້ນສູງ ແລະບັນດິດສຶກສາດັ່ງນັ້ນພວກເຂົາເຈົ້າຈະໄດ້ຮູ້ວິທີການທັງສອງດ້ານຄືທາງດ້ານພາກທິດສະດີ ແລະພາກປະຕິບັດຕົວຈິງໄປພ້ອມກັນຢ່າງເປັນລະບົບ. ໃນປະຈຸບັນ ໂຮງຮຽນແຫ່ງນີ້ຈັດໃຫ້ມີຫລັກສູດປະລິນຍາຕີ ແລະຫລັກສູດປະລິນຍາເອກໃນຂະແໜງການທີ່ກ່ຽວຂ້ອງ. ຫລັກສູດປະລິນຍາຕີແມ່ນໄດ້ອອກແບບເພື່ອໃຫ້ຄວາມຮູ້ອັນເປັນພື້ນຖານທາງດ້ານເສດຖະກິດ ແລະຊ່ວຍສົ່ງເສີມນັກສຶກສາມີບົດຮຽນໃນປະເດນທາງດ້ານເສດຖະກິດ-ສັງຄົມຂອງປະເທດໄທ.
ຈຸດປະສົງເປົ້າໝາຍຂອງຫລັກສູດປະລິນຍາເອກແມ່ນເພື່ອກະກຽມນັກສຶກສາໃຫ້ມີອາຊີບທີ່ເປັນມືອາຊີບໃນການສິດສອນ, ການຄົ້ນຄວ້າ, ເຮັດວຽກງານທາງດ້ານທຸລະກິດ ແລະວຽກງານລັດຖະບານ. ທັງໝົດໂຮງຮຽນມີຄວາມມຸ່ງໝັ້ນເພື່ອໃຫ້ນັກສຶກສາມີຄວາມເຊື່ອໝັ້ນພັດທະນາຄວາມຊຳນານງານຕາມທິດສະດີ, ຕາມຄວາມຮຽກຮ້ອງ, ແລະຕາມຂອບເຂດການຄົ້ນຄວ້າທາງດ້ານເສດຖະກິດ ແລະການເມືອງ, ເພື່ອຕອບສະໜອງຄວາມຕ້ອງການ ແລະຄວາມສາມາດໃນການເຮັດວຽກທັງຢູ່ໃນຕະລາດພາຍໃນທ້ອງຖຶ່ນ ແລະຕະລາດໂລກ.

ຫລັກສູດໂຄງການ
ຫລັກສູດຊັ້ນສູງ (ຫລັກສູດ 4 ປີ)
ປະລິນຍາຕີດ້ານເສດຖະກິດ(B. Econ.)

ຫລັກສູດບັນດິດ(ຫລັກສູດ 3 - 8 ປີ)
ປະລິນຍາໂທດ້ານເສດຖະກິດ(M.Econ.)
ປະລິນຍາເອກດ້ານປັດຊະຍາ ( Ph.D.), ດ້ານເສດຖະກິດ

School of Economics and Public Policy
Back