SWU Home
Computer Center
 

Computer Center

URL: http://cc.swu.ac.th
E-mail: [email protected]
ໂທລະສັບ: (662) 649-5706
ໂທລະສານ: (662) 259-2217

ສ້າງຕັ້ງຂື້ນໃນປີ 1983, ທາງສຳນັກຄອມພິວເຕີ້ໄດ້ມີການສົ່ງເສີມໃຫ້ມີການນຳໃຊ້ຂໍ້ມູນຂ່າວສານ ແລະ ການບໍລິການທາງດ້ານເທັກໂນໂລຢີການຕິດຕໍ່ສື່ສານ (ICT) ແລະ ຊັບພະຍາກອນເພື່ອສະນັບສະຫນູນໃຫ້ແກ່ການເຮັດວຽກທາງດ້ານວິຊາການ ການບໍລິຫານແລະການປະຕິບັດຫນ້າທີ່ຂອງມະຫາວິທະຍາໄລສີນະຄະລິນວິໂລດ

ສູນບໍລິຫານຈັດການເຄືອຂ່າຍຄອມພິວເຕີ້ ແລະ ສະຖາບັນຂໍ້ມູນຂ່າວສານຂອງທາງມະຫາວິທະຍາໄລ ແມ່ນເປັນສູນກາງໃນການໃຫ້ບໍລິການທາງດ້ານເທັກໂນໂລຢີຂໍ້ມູນຂ່າວສານ ແລະການຮັກສາຄວາມປວດໄພໃນການປັບປຸງຄຸນນະພາບການສົ່ງຂໍ້ມູນຂ່າວສານໃຫ້ຄວບຄຸມພື້ນທີ່ຂອງມະຫາວິທະຍາໄລ ແລະ ເຄືອຂ່າຍທ້ອງຖິ່ນຈະໄດ້ມີການເບີ່ງແຍງດູແລ ໂດຍສູນຄອມພິວເຕີ້ເພື່ອໃຫ້ການບໍລິການລະບົບເຄືອຂ່າຍຄວາມໄວສູງໃນມະຫາວິທະຍາໄລ

ນອກຈາກນີ້ທາງສຳນັກຄອມພິວເຕີ້ຍັງເປັນຜູ້ຮັບຜິດຊອບຕໍ່ VPN (ເຄືອຂ່າຍສ່ວນບຸກຄົນສະເຫມືອນຈິງ) ໃນການເຂົ້າເຖິງການບໍລິການຂອງທາງມະຫາວິທະຍາໄລ ຈາກທາງນອກວິທະຍາເຂດ ໂດຍຜ່ານການນຳໃຊ້ເທັກໂນໂລຢີ, ທາງສູນໄດ້ມີການສະຫນັບສະຫນູນໃຫ້ແກ່ການພັດທະນາ ແລະການປະຕິບັດງານຂອງລະບົບຊອບແວແລະລວມທັງການບໍລິຫານຂອງມະຫາວິທະຍາໄລ

ທາງສູນຄອມພິວເຕີ້ໄດ້ມີສ່ວນຮ່ວມໃນການຊ່ວຍຝ່າຍວິຊາການແລະຫນ່ວຍງານທາງການປົກຄອງ ພ້ອມກັບການຈັດຊື້ ແລະ ຕິດຕັ້ງລະບົບຄອມພິວເຕີ້ແລະຊອບແວ . ນອກຈາກນີ້ຍັງໄດ້ມີການບໍລິຫານຈັດການເຄືອຂ່າຍຄອມພິວເຕີເນັດ, ການເຂົ້າສູ່ເຕື່ອຂ່າຍອິນເຈີເນັດ ແລະຫ້ອງປະຕິບັດການຄອມພິວເຕີ້ເພື່ອເປັນການສະຫນັບສະຫນູນການສົ່ງມອບການສິດສອນແລະກິດຈະກຳການຮຽນຮູ້ ທາງດ້ານຂໍ້ມູນຂ່າວສານເທັກໂນໂລຢີ ທີ່ໄດ້ຮັບການສະຫນັບສະຫນູນຈາກ ICT ໃນຈັດສຳມະນາໃນທາງປະຕິບັດໂດຍຜ່ານມີການດຳເນີນການຜ່ານສູນ

  Computer Laborator Helpdesk staff

Computer Center
Back