SWU Home
COLLEGE OF BHODIVIJALAYA
 

Phone: (662) 649-5000 ຕໍ່ 5207


Fax (662) 260-9548

ວິທະຍາໄລບໍດີວິຈາລາຍາໄດ້ຖືກສ້າງຕັ້ງຂຶ້ນໃໝ່ເພື່ອຕອບສະໜອງການຂາດແຄນກາລະໂອກາດສຳຫລັບການສຶກສາຊັ້ນສູງ. ມັນໄດ້ຕັ້ງຢູ່ເມືອງວັດທະນານະຄອນ, ທີ່ແຂວງສຣະແກ້ວຢູ່ໃກ້ເຂດຊາຍແດນໄທ - ກຳປູເຈຍ.

ວິທະນາໄລໄດ້ຮັບເອົານັກສຶກສາຫລັກສູດປະລິນຍາຕີ (B.A.) ລຸ້ນແລກໃນປີການສຶກສາ 2009, ແລະຫລັກສູດປະລິນຍາຕີ ( B.A.) ທີ່ໃຫ້ສອນແມ່ນການຈັດການດ້ານສັງຄົມ-ພູມີສາດ. ພາບລວມຂອງຫລັກສູດແມ່ນໄດ້ອອກແບບໃຫ້ສອດຄ້ອງກັບທຳມະຊາດທ້ອງຖິ່ນ ແລະ ຄວາມຫລາກຫລາຍທາງດ້ານວັດທະນະທຳໃນຈິດສຳນຶກຂອງຊຸມຊົນ.

ລະບຽບການສອນຫລັກໄດ້ນຳເອົາມາຈາກແນວຄວາມຄິດເສດຖະກິດພໍພຽງຂອງພະບາດສົມເດັດພະເຈົ້າມະຫາຊີວິດພູມີພົນອະດູນຍະເດດ. ການສອນເລ່ງໃສ່ການພັດທະນາຊັບພະຍາກອນມະນຸດ, ຕົ້ນຕໍແມ່ນສ້າງຄວາມເຊື່ອໝັ້ນໃຫ້ນັກສຶກສາຕະໜັກເຖີງບ້ານເກີດເມືອງນອນ ແລະການສຳນຶກເຫັນໄດ້ຄຸນຄ່າອັນແທ້ຈິງຂອງມັນ. ຈຸດປະສົງຫລັກແມ່ນສົ່ງເສີມການພັດທະນາແບບຍືນຍົງໃນໄລຍະຍາວ.

ບໍດີວິຈາລາຍາເປັນວິທະຍາເຂດຂອງມະຫາວິທະຍາໄລສຣີນະຄຣິນວິໂຣດຕັ້ງຢູ່ທ້ອງຖິ່ນ. ໃນອານາຄົດອັນໃກ້ນີ້, ສູນການຮຽນຂອງວິທະຍາໄລແມ່ນຈະໄດ້ໄປສ້າງຕັ້ງທີ່ເມືອງແມ່ສອດ, ແຂວງຕາກ, ບ່ອນທີ່ໃກ້ກັບຊາຍແດນປະເທດມຽນມາ. ສູນນຶ່ງອີກຈະໄປສ້າງຕັ້ງຢູ່ທີ່ເມືອງພູວຽງ, ແຂວງນ່ານໃກ້ກັບຊາຍແດນປະເທດລາວ.

ຫລັກສຸດໂຄງການ:

ຫລັກສູດຊັ້ນສູງ (ຫລັກສູດ 4 ປີ)

ປະລິນຍາຕີ(B,A.), ການຈັດການດ້ານສັງຄົມ - ພູມີສາດ

College of Bhodivijalaya
Back